ແຕ່ງງານມາ 5 ປີ ກັບສາມີຢູ່ກັນໂອເຄ ມີຜິດກັນແນ່ເໝືອນຄູ່ທົ່ວໄປ ແຕ່ບໍ່ໄດ້ມີເລື່ອງໃຫຍ່ ເຮົາຮັກລາວ.
ບັນຫາຄືແມ່ຕົວເອງ.
ປີທຳອິດ ແມ່ມັກສາມີຫຼາຍ. ປີທີ 2-3 ກໍເສີຍໆ. ແຕ່ປີທີ 4 ເລີ່ມປ່ຽນ. ເລີ່ມຖາມວ່າ "ລາວໃຫ້ເງິນເດືອນມາເທົ່າໃດ" "ເປັນຫຍັງຍັງບໍ່ຊື້ເຮືອນໃຫຍ່" "ເປັນຫຍັງຍັງບໍ່ມີລົດດີໆ".
ປີນີ້ຊັດເຈນເລີຍ. ທຸກຄັ້ງທີ່ກັບເຮືອນ ແມ່ຈະເວົ້າເລື່ອງສາມີໃນແງ່ລົບ. "ລູກເຂີຍບ້ານນັ້ນຊື້ເຮືອນໃຫ້ແມ່ແລ້ວ" "ຄົນນັ້ນພາເມຍໄປທ່ຽວຕ່າງປະເທດ".
ອາທິດກ່ອນແມ່ເວົ້າກົງໆວ່າ "ລູກຢູ່ກັບລາວກໍບໍ່ມີຫຍັງດີຂຶ້ນ ຢ່າສາ ຍັງສາວຢູ່ ຫາຄົນໃໝ່ທີ່ດີກວ່ານີ້".
ເຮົາຕົກໃຈຫຼາຍ. ສາມີເຮົາດີ ເປັນຄົນຮັກຄອບຄົວ ແຕ່ບໍ່ແມ່ນຄົນລວຍ. ແມ່ເຮົານີ່ຈະຢາກໄດ້ລູກເຂີຍລວຍແມ່ນບໍ?
ແຕ່ງມາ 5 ປີ ແມ່ຕົວເອງເລີ່ມຍຸໃຫ້ເຮົາຢ່າ
81
0
0
ยังไม่มีความคิดเห็น