ບ້ານພໍ່ແມ່ຢູ່ຫ່າງຈາກບ້ານຜົວ 1 ຊມ. ຂັບລົດໄປກໍ່ບໍ່ລຳບາກ. ພໍ່ແມ່ອາຍຸ 70 ກວ່າທັງຄູ່. ພໍ່ເລີ່ມເປັນຄວາມດັນ ແມ່ປວດເຂົ່າຍ່າງບໍ່ສະດວກ.

ເຮົາກັບໄປເບິ່ງແຍງເດືອນລະ 2 ຄັ້ງ ຄັ້ງລະ 1-2 ມື້ ຊັກເສື້ອຜ້າ ທຳຄວາມສະອາດ ຊື້ເຄື່ອງເຂົ້າບ້ານ ພາໄປຫາໝໍ.

ທຸກຄັ້ງທີ່ຈະໄປ ແມ່ຜົວຈະເວົ້າ "ໄປອີກແລ້ວເຫລາ?" "ເປັນຫຍັງໄປເລື້ອຍຂະໜາດນັ້ນ?" "ລູກຂອງແມ່ຢູ່ບ້ານນີ້ ລູກຄວນຢູ່ເບິ່ງແຍງຜົວ".

ຜົວງຽບ ບໍ່ປົກປ້ອງເຮົາ.

ບອກແມ່ຜົວວ່າພໍ່ແມ່ແກ່ ແມ່ຕອບ "ແລ້ວເຮົາບໍ່ແກ່ບໍ? ເຮົາກໍ່ແກ່ຄືກັນ ລູກໃພ້ຄົນອື່ນບໍ່ກັບບ້ານແມ່ບ່ອຍຂະໜາດນີ້".

ລູກໃພ້ຄົນອື່ນທີ່ແມ່ເວົ້າເຖິງຄື ເມຍຂອງອ້າຍຜົວ ລາວເປັນກຳພ້າ ບໍ່ມີພໍ່ແມ່ໃຫ້ກັບ.

ເຮົາເປັນລູກຄົນດຽວຂອງພໍ່ແມ່ ຜູ້ໃດຈະເບິ່ງແຍງຖ້າເຮົາບໍ່ກັບ ເປັນຫຍັງການເປັນລູກທີ່ດີຂອງພໍ່ແມ່ຕົນເອງ ໃນສາຍຕາແມ່ຜົວ ຈຶ່ງກາຍເປັນຄວາມຜິດ?