ດຽວນີ້ຕີ 5 ຫາກໍ່ວາງສາຍແມ່ຜົວ ເລີຍເປີດຂຽນກະທູ້ນີ້ລະບາຍ.
ແມ່ຜົວໂທຫາເຮົາທຸກເຊົ້າຕອນຕີ 5 ເຄິ່ງ ບອກວ່າ "ແມ່ຕື່ນແຕ່ເຊົ້າ ເລີຍຫ່ວງລູກ ໂທມາທັກທາຍເສີຍໆ".
ຄັ້ງທຳອິດ ປີກ່ອນ ຮັບສາຍ ໂອເຄ ຫນ້າຮັກນະ.
ເດືອນຕໍ່ມາ ເລີ່ມເມື່ອຍ ແຕ່ກໍ່ຮັບ.
ປີນີ້ທຸກວັນ ທຸກວັນ ຕີ 5 ເຄິ່ງໂທເຂົ້າ.
ບໍ່ຮັບກໍ່ບໍ່ໄດ້. ຄັ້ງທີ່ຜ່ານມາບໍ່ຮັບ ແມ່ໂທຫາຜົວ ຜົວຕື່ນ ໃຈຮ້າຍເຮົາ "ເປັນຫຍັງບໍ່ຮັບໂທລະສັບແມ່?"
ບາງຄັ້ງລົມ 5 ນາທີ ບາງຄັ້ງລົມ 30-40 ນາທີ ຕີ 5 ເຖິງ 6 ໂມງເຊົ້າ ເລື່ອງທີ່ແມ່ຢາກເລົ່າ ເລື່ອງເພື່ອນບ້ານ ເລື່ອງທີ່ໄປທຳບຸນ.
ຫຼັງວາງສາຍນອນຕໍ່ບໍ່ໄດ້ ຕ້ອງລຸກ ເລີ່ມກຽມຕົວໄປເຮັດວຽກ ປີນີ້ນອນວັນລະ 4-5 ຊມ. ທຸກຄືນ.
ບອກຜົວວ່າໃຫ້ແມ່ໂທ 7 ໂມງໄດ້ບໍ່ ຜົວບອກ "ແມ່ຢາກລົມຕອນເຊົ້າ ເຈົ້າກໍ່ຕື່ນໄວຫນ້ອຍ ລູກໃພ້ທີ່ດີ".
ລູກໃພ້ທີ່ດີຕ້ອງບໍ່ນອນເຫລາ?
ແມ່ຜົວໂທຫາທຸກວັນຕອນຕີ 5 ບອກວ່າເປັນຫ່ວງ
113
0
0
ยังไม่มีความคิดเห็น