ຂ້ອຍລົມກັບຜູ້ຊາຍຄົນໜຶ່ງໃນແອັບຫາຄູ່ 4 ເດືອນ. ທຸກມື້ ລົມຕັ້ງແຕ່ເຊົ້າຮອດເດິກ — ເລື່ອງຄອບຄົວ ວຽກງານ ຄວາມຝັນ. ສົ່ງຮູບໃຫ້ກັນ ວິດີໂອຄອນກັນກໍມີ. ລາວເບິ່ງຄືສຸດໃຈຫຼາຍ.

ອາທິດນີ້ ນັດເຈິກັນເທື່ອທຳອິດ. ກຳນົດຮ້ານ ກຳນົດເວລາແລ້ວ. ຂ້ອຍຕື່ນເຕັ້ນຫຼາຍ — ໄປເຮັດຜົມ ຊື້ເຄື່ອງໃໝ່.

ແລງມື້ກ່ອນຈະເຈິກັນ ລາວສົ່ງມາວ່າ "ມື້ອື່ນເຈິກັນເດີ" ປົກກະຕິໝົດ.

ເຊົ້າມື້ນັດ ສົ່ງທັກໄປ ບໍ່ອ່ານ. ລໍຮອດເວລານັດທີ່ຮ້ານ ບໍ່ມາ. ສົ່ງຕໍ່ ກໍບໍ່ອ່ານ. ໂທຫາ ກໍບໍ່ຕິດ.

ສາມມື້ແລ້ວ. ຫາຍງຽບ. ບລ໋ອກໄອຈີ ລຶບເຟສ.

4 ເດືອນຂອງເຮົາ ຄືຫຍັງກັນແທ້? ເຮັດແບບນີ້ໄດ້ແນວໃດ?