ໄປງານກັບມາພົບໝູ່ເກົ່າຂອງໂຮງຮຽນເກົ່າ 10 ປີຜ່ານມາ ບໍ່ໄດ້ເຈິໝູ່ເລີຍ.

ຄົນທຳອິດທີ່ເຫັນແມ່ນລາວ — ຮັກແຮກຂອງຂ້ອຍ. ສະໄໝມັດທະຍົມ ຄົບກັນປີກວ່າ ເລີກຕອນເຂົ້າມະຫາວິທະຍາໄລຄົນລະບ່ອນ.

ລາວຍັງຈື່ໄດ້ ຍິ້ມທັກທາຍປົກກະຕິ. ລົມກັນໜ້ອຍໜຶ່ງ ໝູ່ໆ ຖາມໂນ້ນຖາມນີ້. ແລ້ວໃຜຄົນໜຶ່ງເວົ້າຂຶ້ນມາວ່າ "ເຮີຍ ມຶງເດືອນໜ້າຈະແຕ່ງແລ້ວແມ່ນບໍ່?"

ລາວຍິ້ມຕອບວ່າ "ແມ່ນແລ້ວ"

ຂ້ອຍຢືນນິ້ງ ຍິ້ມບໍ່ອອກ. ເຮັດຄືກັບປົກກະຕິ ບອກຂໍສະແດງຄວາມຍິນດີ. ກັບເຮືອນມາ ຮ້ອງໄຫ້ທັງຄືນ.

10 ປີຜ່ານມາ ບອກຕົວເອງວ່າລືມລາວແລ້ວ. ຄິດວ່າລືມແທ້ໆ. ແຕ່ມື້ນີ້ພໍເຫັນລາວ ຄວາມຮູ້ສຶກກັບຄືນມາໝົດ.

ແລະເດືອນໜ້າ ລາວຈະເປັນຂອງຄົນອື່ນແລ້ວ.