ຄົບກັບແຟນມາ 8 ເດືອນ ຄວາມສຳພັນດີຫຼາຍ. ລາວບອກແມ່ເລື່ອງເຮົາຕັ້ງແຕ່ເດືອນທຳອິດ ສົ່ງຮູບເຮົາໃຫ້ແມ່ເບິ່ງ.

ມື້ໜຶ່ງເຮົາລອງຄົ້ນເຟສຂອງແມ່ລາວ
ລາວແອັດແມ່ ເຫັນວ່າເປັນແມ່) ຢາກກຽມຕົວ ຢາກຮູ້ວ່າແມ່ເປັນຄົນແນວໃດ ມັກຫຍັງ.

ຄົ້ນແລ້ວບໍ່ເຫັນ. ຄິດວ່າຕັ້ງຊື່ເປັນພາສາອື່ນ. ລອງໃຫ້ແຟນຄົ້ນໃນເຄື່ອງລາວ ເຫັນທັນທີ.

ເຮົາຖືກບລ໋ອກ.

ຍັງບໍ່ເຄີຍເຈິຕົວຈິງ ບໍ່ເຄີຍທັກໄປ ບໍ່ເຄີຍເຮັດຫຍັງ. ແມ່ລາວບລ໋ອກເຮົາຕັ້ງແຕ່ກ່ອນເຈິ.

ຖາມແຟນ ລາວບອກ "ແມ່ກໍແຄ່ລະວັງ ບໍ່ໄດ້ຕັ້ງໃຈຫຍັງ" ແຕ່ເຮົາຄິດວ່າມັນມີຄວາມໝາຍ. ແມ່ທີ່ບໍ່ຢາກໃຫ້ເຮົາເຂົ້າມາໃນຊີວິດລູກ ປາຍທາງຈະເປັນແນວໃດ?